หน้าเว็บ

วันเสาร์ที่ 21 มกราคม พ.ศ. 2555

ບານເຕະສານ ກ ເປີດສາກຕົ້ນເດືອນຫນ້າ

ສະຫະພັນບານເຕະແຫ່ງ ຊາດລາວເຜີຍບານເຕະສາຍ ກ ປະຈຳປີນີ້ ຍັງມີ 10 ທີມເທົ່າເກົ່າ ເນື່ອງຈາກຫລາຍແຂວງ ຍັງບໍ່ສາມາດເຂົ້າຮ່ວມໄດ້ອ້າງຈະມີການເພີ່ມເງີນລາງວັນ ຫລາຍກວ່າ 100 ລ້ານກີບສົ່ງ ເສີມຄວາມຄືກຄັກເປີດເສີກວັນ ທີ 4 ກຸມພານີ້.

  ທ່ານ ດຣ. ໄຊບັນດິດ ຣາຊະພົນ ເລຂາທິການສະຫະພັນບານ ເຕະແຫ່ງຊາດລາວໃຫ້ຮູ້ເມື່ອໄວໆມານີ້ວ່າ: ລາຍການບານເຕະສາຍ ກ ຫລື ລາວລີກທີ່ຄຸ້ນຫູກັນດີຈະເປີດສາກການແຂ່ງຂັນ ລາຍການວັນທີ 4 ກຸມພາ (ເດືອນຫນ້າ) 2012 ເຊິ່ງມີທັງຫມົດ 10 ທີມເຂົ້າຮ່ວມນຳ ໂດຍກະ ຊວງໂຍທາທິການ ແລະ ຂົນສົ່ງ, ທະນາຄານ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນ ຄວາມສະຫງົບ ແລະ ເອສຣາເປັນຕົ້ນ…
  ຄາດວ່າ ມູນຄ່າເງິນລາງວັນບານເຕະສາຍ ກ ປະຈຳປີນີ້ ຈະເພີ່ມຈາກ 100 ລ້ານກີບຂຶ້ນໄປ ເນື່ອງຈາກມີບໍລິສັດຕ່າງຊາດມາໃຫ້ການສະຫນັບສະຫນູນ. ທັງນີ້ ຈຳນວນເງິນທີ່ຈະເພີ່ມຍັງບໍ່ມີ ລາຍ ລະອຽດທີ່ເດັ່ນຊັດຕ້ອງ ລໍຖ້າທ້າຍເດືອນຈິ່ງຈະເຜີຍໃຫ້ຮູ້ອີກເທື່ອຫນຶ່ງທ່ານ ດຣ. ໄຊບັນດິດກ່າວ.
  ບານເຕະສາຍ ກ ຈັດຂຶ້ນທຸກໆ ປີ ໂດຍສະຫະພັນບານເຕະແຫ່ງ ຊາດລາວ, ລາຍການນີ້ຈັດຂຶ້ນ ເພື່ອເປັນການຊອກຫານັກກີລາລາວຜົນງານເດັ່ນເຂົ້າໄປຫລິ້ນໃຫ້ກັບທີມຊາດທັງຊຸດຊີເກມ ແລະ ຊຸດໃຫຍ່ ເພື່ອພັດທະນານັກເຕະລາວອອກສ້າງຜົນງານສູ່ລະ ດັບອາຊຽນ ແລະ ສາກົນເທື່ອລະກ້າວ.

ບານເຕະສາຍ ກ ມີລາງວັນໃຫ້ກອງເຊຍ

ສະຫະພັນບານເຕະແຫ່ງຊາດ(ສຕລ)ເຜີຍບານເຕະສາຍກປະຈຳປີນີ້ຈະມີເງິນລາງວັນພິເສດແກ່ກອງເຊຍດີເດັ່ນນັບແຕ່ເປີດລະດູການຈົນເຖິງທ້າຍຂອງການແຂ່ງຂັນປະ ຈຸບັນສຕລກຳລັງພິຈາລະນາມູນຄ່າອັນສົມຄວນ.
   ເພື່ອເປັນການສ້າງສີສັນແກ່ການແຂ່ງຂັນສຳລັບບານເຕະສາຍກປະຈຳປີ 2012 ຫລ້າສຸດທາງສຕລຈະມີເງິນລາງວັນພິເສດແກ່ກອງເຊຍແຕ່ລະທີມໃນຈຳນວນນັດຂອງການ ແຂ່ງຂັນນັບແຕ່ເລີ່ມເປີດສະຫນາມໄປຈົນເຖິງວັນສຸດທ້າຍກໍ່ຄືຮອບຊີງຊະນະເລີດຂອງການແຂ່ງຂັນ.
   ທ່ານດຣ. ໄຊບັນດິດຣາຊະພົນເລຂາທິການສະຫະພັນບານເຕະແຫ່ງຊາດລາວໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ການແຂ່ງຂັນບານເຕະສາຍກຫລືທີ່ຮັບຮູ້ກັນດີບານເຕະລາວລີກ ທາງສຕລພິຈາລະນາຈະມີເງິນລາງວັນພິເສດແກ່ກອງເຊຍທີ່ເດັ່ນຫລືກອງເຊຍທີ່ຫລາຍສຸດທີ່ຕາມເຊຍທີມຕົນມັກນັບແຕ່ນັດເປີດສະຫນາມຈົນເຖິງຮອບຊີງຊະນະເລີດ. ເພື່ອ ເປັນການຍົກບົດບາດລະດັບຂອງການແຂ່ງຂັນວົງການບານເຕະສູງສຸດຂອງບ້ານເຮົາໃຫ້ມີລົດນິຍົມສູງຂຶ້ນ. ແຕ່ຍັງບໍ່ມີການເປີດເຜີຍເຖິງມູນຄ່າລາງວັນໃຫ້ຮູ້ເທື່ອ.
   ຢ່າງໃດກໍ່ຕາມ ພາຍຫລັງສຕລໄດ້ນຳເອົາບານເຕະສາຍກໄປຈັດທີ່ສະຫນາມຊີເກມຫລັກ16 ໃນໄລຍະຂາກັບເມື່ອປີທີ່ແລ້ວ. ເຮັດໃຫ້ແຟນບານຕາມໄປເຊຍຫນ້ອຍກວ່າຂາ ໄປທີ່ສະຫນາມເຈົ້າອານຸວົງຫລາຍເທົ່າເນື່ອງຈາກສະຫນາມແຫ່ງນີ້ມີການມອບໃຫ້ເປັນຂອງນະຄອນຫລວງຈັດການແຂ່ງຂັນໃນລະດັບບານເຕະສາຍຂເທົ່ານັ້ນ.
   ສະຫນາມຫລັກ 16 ເປັນສະຫນາມທີ່ກວ້າງມາດຖານສາກົນສາມາດບັນຈຸຜູ້ຊົມໄດ້ປະມານ2 ຫມື່ນກວ່າຄົນຫລາຍກວ່າສະຫນາມເຈົ້າອານຸວົງຫນຶ່ງເທົ່າ. ແຕ່ສະຫນາມແຫ່ງ ນີ້ຍັງຢູ່ໄກເກີນໄປສຳລັບກອງເຊຍໃນນັດທີ່ບໍ່ສຳຄັນ.
   ກ່ອນຫນ້ານັ້ນທ່ານວິເພັດສີຫາຈັກປະທານສະຫະພັນບານເຕະໃຫ້ເຫດຜົນວ່າ: ການແຂ່ງຂັນລາຍການນີ້ໃນຕໍ່ຫນ້າ ຄາດວ່າຈະໄດ້ຮັບຄວາມນິຍົມຫລາຍພ້ອມທັງຊີ້ໃຫ້ ເຫັນວ່າເບື້ອງຕົ້ນກອງເຊຍຈະລຳບາກໃຈໃນເລື່ອງເສັ້ນທາງເນື່ອງຈາກສະຫນາມແຫ່ງນີ້ຢູ່ໄກຈາກຕົວເມືອງ. ແຕ່ໃນຕໍ່ຫນ້າເສັ້ນທາງຈະບໍ່ແມ່ນອຸປະສັກສຳລັບພວກເຂົາອີກ ແລ້ວຖ້າຫາກມີລະບົບການແຂ່ງຂັນທີ່ດີຂຶ້ນ.
   ຕໍ່ກັບສຕລຈະມີເງິນລາງວັນແກ່ກອງເຊຍໃນປີທຳອິດນີ້ໃນລະດັບບານເຕະສູງສຸດຂອງບ້ານເຮົາເປັນການຊີ້ໃຫ້ເຫັນຢ່າງຈະແຈ້ງແລ້ວວ່າສຕລກຳລັງເປີດແສງສະຫວ່າງປະ ກາຍໃຫ້ກັບຕົນເອງໃຫ້ກາຍເປັນໂອກາດຫຍັບເຂົ້າໃກ້ສ້າງນັກກີລາຫລິ້ນເປັນອາຊີບ.
   ວົງການບານເຕະລາວກັບມາຮຶດອີກຄັ້ງຫລັງຊີເກມ2009 ທີ່ສປປລາວ ເປັນເຈົ້າພາບນັກກີລາບານເຕະລາວເຮັດໄດ້ດີທີ່ສຸດໃນປະຫວັດສາດດ້ວຍການຜ່ານເຂົ້າໄປຫລິ້ນ ໃນຮອບ4 ທີມສຸດທ້າຍກ່ອນບານເຕະສາຍກຂອງປີຕໍ່ມາຈະມີຄົນເຂົ້າເບິ່ງໃນຮອບຊີງຊະນະເລີດເກືອບ1 ພັນຄົນທີ່ສະຫນາມເຈົ້າອານຸວົງທີ່ເປັນສະຫນາມເກົ່າ.