หน้าเว็บ

วันเสาร์ที่ 24 กันยายน พ.ศ. 2554

YOTHA FC (MCTPC FC)  CHAMPION OF LAO LEAGUE 2011 !!!!


ນັກ­ກີ­ລາ​ບານ­ເຕະ​ຈາກ​ສະ­ໂມ­ສອນ​ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ​ປີ​ນີ້​ມາ​ແຮງ ສາ­ມາດ​ຄ້ວ​າ​ແຊັມ​ບານ­ເຕະ​ສາຍ ປະ­ຈຳ​ລະ­ດູ​ການ 2011-2012 ມາ​ຄອງ​ໄດ້​ຢ່າງ​ສົມ​ສັກ​ສີ ນັບ​ວ່າ​ເປັນ​ສະ­ໄໝ​ທີ 3 ພ້ອມ​ຮັບ​ເງິນ​ລາ­ງວັນ​ຊະ­ນະ​ເລີດ​ເຖິງ 100 ລ້ານ​ກີບ.
ສຳ­ລັບ​ທີມ​ສະ­ໂມ­ສອນ​ກະ­ຊວງ​ໂຍ­ທາ ກ່ອນ​ໜ້າ​ນີ້​ໄດ້​ຄອງ​ແຊັມ​ບານ­ເຕະ ລາວ​ລີກ 2ສະ­ໄໝ ຕິດ­ຕໍ່​ກັນ ຄື​ໃນ​ລະ­ດູ​ການ 2002-2003 ແລະ 2003-2004 ຈາກ​ນັ້ນ​ຜົນ­ງານ​ກໍ​ຫຼຸດ​ລົງ ກາຍ­ເປັນ​ສະ­ໂມ­ສອນ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຄອງ​ແຊັມ 2 ສະ­ໄໝ​ຕິດ­ຕໍ່​ກັນ ຄື​ໃນ​ລະ­ດູ​ການ 2004-2005 ແລະ 2005-2006 ໃນ​ລະ­ດູ​ການ 2006-2007 ສະ­ໂມ­ສອນ​ວິ­ທະ­ຍາ­ໄລ​ລາວ-ອາ­ເມ­ລິ­ກາ (LAC) ໄດ້​ຄອງ​ແຊັມ 1 ສະ­ໄໝ ຕໍ່​ມາ​ລະ­ດູ​ການ 2007-2008 ສະ­ໂມ­ສອນ​ກອງ­ທັບ ໄດ້​ຄອງ​ແຊັມ 1 ສະ­ໄໝ ລະ­ດູ​ການ 2010-2011 ສະ­ໂມ­ສອນທະ­ນາ­ຄານ ໄດ້​ຄອງ​ແຊັມ 1 ສະ­ໄໝ ແລະ ໃນ​ລະ­ດູ​ການ​ປີ 2011-2012 ແມ່ນ​ສະ­ໂມ­ສອນ​ກະ­ຊວງ​ໂຍ­ທາ ກັບ​ມາ​ຄອງ​ແຊັມ​ອີກ 1 ສະ­ໄໝ ລວມ​ແລ້ວ​ເປັນ 3 ສະ­ໄໝ.











ไม่มีความคิดเห็น:

แสดงความคิดเห็น