หน้าเว็บ

วันอังคารที่ 17 กรกฎาคม พ.ศ. 2555

POLICE FC CHAMPION 2012, YOTHA FC RUNNERS-UP




ປກສ ຄອງຂັນຊະນະເລີດເຕະບານລີກ ສາຍ ກ

ສະ­ໂມ­ສອນ​ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ (ປກສ) ຄອງ​ຂັນ​ຊະ­ນະ​ເລີດ​ເຕະ­ບານ​ລີກ​ສາຍ​ກ ປະ­ຈຳ​ລະ­ດູ​ການ 2012 ຫຼັງ​ຈາກ​ລົງ​ສະ­ໜາມ​ນັດ​ສຸດ​ທ້າຍ ສະ­ເໜີ​ກັບ​ສະ­ໂມ­ສອນ​ເອ​ສຣາ 1-1 ພ້ອມ​ທັງ​ຄວ້າ​ແຊ້ມ​ເປັນ​ສະ­ໄໝ​ທຳ​ອິດ ແລະ​ເປັນ​ຄັ້ງ​ປະ­ຫວັດ­ສາດ​ຂອງ​ສະ­ໂມ­ສອນ​ອີກ​ດ້ວຍ... ຂະ­ນະ​ທີ່​ແຊັມ​ເກົ່າ ສະ­ໂມ­ສອນ​ໂຍ­ທາ ໄດ້​ພຽງ​ອັນ​ດັບ 2 ແລະ ອັນ​ດັບ 3 ຕົກ​ເປັນ​ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ.
ພາຍ­ຫຼັງ​ທີ່​ທຳ​ການ​ແຂ່ງ­ຂັນ​ມາ​ຕັ້ງ­ແຕ່​ຕົ້ນ​ເດືອນ​ກຸມ­ພາ 2012 ຜ່ານ​ມາ ສຳ­ລັບ​ການ​ແຂ່ງ­ຂັນ​ເຕະ­ບານ​ລີກ ສາຍ ກ ປະ­ຈຳ​ລະ­ດູ​ການ 2012 ກໍ​ໄດ້​ປິດ​ສາກ​ການ​ແຂ່ງ­ຂັນ​ລົງ​ຢ່າງ​ເປັນ​ທາງ​ການ​ແລ້ວ ໃນ​ວັນ​ທີ 14 ກໍ­ລະ­ກົດ 2012 ທີ່​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ ໂດຍ​ມີ​ການ​ແຂ່ງ­ຂັນ​ສອງ​ຄູ່ ເປັນ​ການ​ພົບ​ກັນ​ລະ­ຫວ່າງ ການ­ບິນ​ລາວ ພົບ ລາວ​ລ້ານ​ຊ້າງ ແລະ ເອ​ສຣາ ພົບ ປກສ.
ສຳ­ລັບ​ຜົນ​ການ​ແຂ່ງ­ຂັນ​ນັດ​ປິດ​ລະ­ດູ​ການ​ປະ­ກົດ​ວ່າ ການ­ບິນ​ລາວ ຊະ­ນະ ລາວ​ລ້ານ​ຊ້າງ ຂາດ​ຮອຍ 6-0 ສ່ວນ​ຜົນ​ການ​ແຂ່ງ­ຂັນ​ຄູ່​ທີ​ສອງ ເອ​ສຣາ ກັບ ປກສ ເກມ​ນີ້ ເອ​ສຣາ ບໍ່​ມີ​ລຸ້ນ​ຫຍັງ​ແລ້ວ ແຕ່​ກໍ​ຫຼິ້ນ​ເພື່ອ​ສັກ​ສີ ຂະ­ນະ​ທີ່ ປກສ ຫຼັງ​ອີງ​ຝາ ຕ້ອງ​ຊະ­ນະ ຫຼື ສະ­ເໝີ ເປັນ​ຢ່າງ​ໜ້ອຍ ຈຶ່ງ​ຈະ​ສາ­ມາດ​ຄວ້າ​ແຊັມ​ມາ​ຄອງ ເນື່ອງ​ຈາກ​ມີ​ຄະ­ແນນ​ເທົ່າ​ກັບ​ໂຍ­ທາ (ໂຍ­ທາ ແຂ່ງ​ຄົບ 18 ນັດ​ແລ້ວ) ແຕ່​ປະ­ຕູ​ໄດ້-ເສຍ​ເປັນ​ຮອງ ແນວ­ໃດ​ກໍ​ຕາມ ເກມ​ນີ້ ປກສ ໄດ້​ປະ­ຕູ​ຂຶ້ນ​ນຳ​ກ່ອນ​ນາ­ທີໆ 30 ຈາກ​ການ​ຍິງ​ຂອງ​ຄຸນ­ສົມ­ບັດ ສ່ວນ ເອ​ສຣາ ມາ​ໄດ້​ປະ­ຕູ​ຕີ​ສະ­ເໝີ​ໃນ​ນາ­ທີໆ 86 ຈາກ ວິ­ລະ​ຍຸດ ໄຊ​ຍະ​ບຸນ​ຊູ ຈົບ 90 ນາ­ທີ ປກສ  ສະ­ເໝີ​ກັນ​ໄປ 1-1 ແບ່ງ​ກັນ​ໄປ​ທີມ​ລະ​ແຕ້ມ ສົ່ງ​ຜົນ​ໃຫ້ ປກສ ຄວ້າ​ແຊັມ​ເປັນ​ສະ­ໄໝ​ທຳ​ອິດ ແລະ ເປັນ​ຄັ້ງ​ປະ­ຫວັດ­ສາດ​ຂອງ​ສະ­ໂມ­ສອນ ພ້ອມ​ກັບ​ຮັບ​ເງິນ​ລາ­ງວັນ 100 ລ້ານ​ກີບ ອັນ​ດັບ​ສອງ​ໄດ້​ຮັບ 50 ລ້ານ​ກີບ ແລະ ອັນ​ດັບ​ສາມ ໄດ້​ຮັບ 20 ລ້ານ​ກີບ.


From vientianemai.net

ไม่มีความคิดเห็น:

แสดงความคิดเห็น