หน้าเว็บ

วันศุกร์ที่ 23 มีนาคม พ.ศ. 2555

ໂຍທາໄລ່ຊະນະລາວŒອາເມລິກາ 3-1 ຫຍັບຂຶ້ນເປັນທີມນໍາເຕະບານ ສາຍ ກ

ສະ­ໂມ­ສອນ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ໂຊ​ຟອມ​ເກັ່ງ​ສົມ​ລາ­ຄາ​ເຕັງ​ແຊັມ ໄລ່​ເອົາ​ຊະ­ນະ​ວິ­ທະ­ຍາ­ໄລ​ລາວ-ອາ­ເມ­ລິ­ກາ ໄປ​ແບບ​ຂາດ​ຮອຍ 3-1ພ້ອມ​ກັບ​ຫຍັບ​ຂຶ້ນ​ໄປ​ເປັນ​ທີມ​ນຳ (ທີມ​ແຖວ​ໜ້າ) ຕາ­ຕະ­ລາງ​ເຕະ­ບານ​ສາຍ ກ ຂະ­ນະ​ທີ່​ການ­ບິນ​ລາວ​ທີມ​ນ້ອງ​ໃໝ່​ກໍ​ບໍ່​ນ້ອຍ​ໜ້າ ໄລ່​ບຽດ​ເອົາ​ຊະ­ນະ​ລາວ​ລ້ານ​ຊ້າງ​ໄປ​ແບບ​ຫວຸດ​ຫວິດ 3-2ເຊັ່ນ​ດຽວ​ກັນ.
ການ​ແຂ່ງ­ຂັນ​ເຕະ­ບານ​ລີກ ສາຍ ກ ປະ­ຈຳ​ລະ­ດູ​ການ 2012 ວັນ​ທີ 11 ມີ­ນາ 2012 ຜ່ານ​ມາ ທີ່​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ ຫຼັກ 16 ມີ​ການ​ແຂ່ງ­ຂັນ 2 ຄູ່ ຊຶ່ງ​ຄູ່​ທີ່​ໜ້າ​ສົນ­ໃຈ​ກໍ​ຄື​ຄູ່​ເອກ ເປັນ​ການ​ພົບ​ກັນ​ລະ­ຫວ່າງ "ແຊັມ​ເກົ່າ" ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ພົບ​ກັບ​ວິ­ທະ­ຍາ­ໄລ​ລາວ-ອາ­ເມ­ລິ­ກາ ແລະ ຜົນ​ກໍ​ເປັນ​ໄປ​ຕາມ​ຄາດ ເມື່ອ "ແຊັມ​ເກົ່າ" ເປັນ​ຝ່າຍ​ໄລ່​ຊະ­ນະ​ໄປ​ໄດ້ 3-1ໂດຍ​ໂຍ­ທາ​ໄດ້​ປະ­ຕູ​ຈາກ ໄຊ­ຊະ­ນະ ອິນ​ທະ​ວົງ ໃນ​ນາ­ທີ​ທີ 27ສິດ­ທິ​ເດດ ຂັນ​ທະ​ວົງ ນາ­ທີ​ທີ 54ແລະ ປະ­ເສີດ​ສັກ ສຸ­ລິ­ຍະ​ວົງ ນາ­ທີ​ທີ 69ສ່ວນ​ລາວ-ອາ­ເມ­ລິ­ກາ ໄດ້​ປະ­ຕູ​ຕີ​ໄຂ່​ແຕກ​ຈາກ ວິ­ລະ​ສັນ ແກ້ວ​ມີ​ໄຊ ໃນ​ນາ­ທີ​ທີ 34 ສົ່ງ​ຜົນ​ໃຫ້​ໂຍ­ທາ ລົງ​ສະ­ໜາມ​ໄປ​ແລ້ວ 4 ນັດ ຊະ­ນະ 3 ເສຍ 1 ມີ 9 ຄະ­ແນນ ແຊງ​ສະ­ໂມ­ສອນ​ເອ​ັ​ສຣາ ຂຶ້ນ​ໄປ​ເປັນ​ທີມ​ນຳ​ໜ້າ​ໃນ​ຕາ­ຕະ­ລາງ ສ່ວນ ລາວ-ອາ­ເມ­ລິ­ກາ ລົງ​ສະ­ໜາມ 4 ນັດ ຊະ­ນະ 2 ເສຍ 2 ມີ 6 ຄະ­ແນນ​ຄື­ເກົ່າ.
ຂະ­ນະ​ທີ່​ຜົນ​ອີກ​ຄູ່​ໃນ​ມື້​ດຽວ​ກັນ ປະ­ກົດ​ວ່າ: ສະ­ໂມ­ສອນ​ການ­ບິນ​ລາວ​ທີມ​ນ້ອງ​ໃໝ່ ກໍ​ບໍ່​ນ້ອຍ​ໜ້າ ສາ­ມາດ​ໄລ່​ເອົາ​ຊະ­ນະ​ສະ­ໂມ­ສອນ​ລາວ​ລ້ານ​ຊ້າງ​ໄປ​ແບບ​ຫວຸດ​ຫວິດ 3-2ສົ່ງ​ຜົນ​ໃຫ້­ການ​ບິນ​ລາວ​ລົງ​ສະ­ໜາມ 4ນັດ ຊະ­ນະ 2ເສຍ 2ມີ 6ຄະ­ແນນ ສ່ວນ​ລາວ​ລ້ານ​ຊ້າງ ລົງ​ສະ­ໜາມ 4ນັດ ຊະ­ນະ 1ເສຍ 3ມີ 3ຄະ­ແນນ.
ສຳ­ລັບ​ຜົນ​ການ​ແຂ່ງ­ຂັນ ວັນ​ທີ 10 ມີ­ນາ 2012 ມີ​ດັ່ງ­ນີ້:
ກອງ­ທັບ ສະ­ເໝີ ນະ­ຄອນ­ຫຼວງ 1-1
ອິດ​ສະ​ເຕີນ​ສະ​ຕາ ເສຍ ເພື່ອນ​ພັດ­ທະ­ນາ 0-1.
ປກສ ພົບ ເອ​ັ​ສຣາ ເລື່ອນ​ການ​ແຂ່ງ­ຂັນ ເນື່ອງ​ຈາກ​ນັກ​ເຕະ​ທັງ​ສອງ​ທີມ​ບໍ່​ພ້ອມ ຈາກ​ການ​ຫາ​ກໍ​ກັບ​ມາ​ຈາກ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ເຕະ­ບານ​ຊີງ​ຂັນ​ເຈົ້າ​ຊີ­ວິດ ປະ­ເທດ​ບຣູ​ໄນ.
ສ່ວນ​ຕາ­ຕະ­ລາງ​ແຂ່ງ­ຂັນ​ນັດ​ຕໍ່​ໄປ ວັນ​ທີ 14 ມີ­ນາ 2012 ອິດ​ສະ​ເຕິນ​ສະ​ຕາ ພົບ ນະ­ຄອນ­ຫຼວງ ເວ­ລາ 14:00 ໂມງ ແລະ ເອ​ັ​ສຣາ ພົບ ປກສ ເວ­ລາ 16:00 ໂມງ ທີ່​ເດີ່ນ​ນອກ​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ ຫຼັກ 16.

ไม่มีความคิดเห็น:

แสดงความคิดเห็น