หน้าเว็บ

วันศุกร์ที่ 23 มีนาคม พ.ศ. 2555

ປກສ ບຽດຊະນະນ້ອງໃໝ່ 3-1 ຍັງເປັນທີມນຳໜ້າເຕະບານລີກ ສາຍ ກ

ສະ­ໂມ­ສອນ​ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ (ປກສ) ສະ­ແດງ​ຄວາມ​ເກັ່ງ​ສົມ​ລາ­ຄາ ຫຼັງ​ຈາກ​ໄລ່​ບຽດ​ເອົາ​ຊະ­ນະ​ສະ­ໂມ­ສອນ​ການ­ບິນ​ລາວ ທີມ​ນ້ອງ​ໃໝ່​ໄປ 3-1ພ້ອມ​ທັງ​ມີ​ຄະ­ແນນ​ນຳ​ໜ້າ​ໃນ​ຕາ­ຕະ­ລາງ​ເຕະ­ບານ​ລີກ ສາຍ ກ ຂະ­ນະ​ທີ່ ແຊັມ​ເກົ່າ ໂຍ­ທາ​ທິ​ການ ກັບ​ມາ​ໄລ່​ຖະ​ຫຼົ່ມ​ເພື່ອນ​ພັດ­ທະ­ນາ​ໄປ​ແບບ​ສະ­ບາຍ 11-0.
ການ​ແຂ່ງ­ຂັນ​ເຕະ­ບານ​ລີກ ສາຍ ກ ລະ­ດູ​ການ 2012 ຮອບ​ຂາ​ໄປ ນັດ​ກາງ​ສັບ­ປະ­ດາ (20 ມີ­ນາ 2012) ທີ່​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ ຫຼັກ 16 ມີ​ການ​ແຂ່ງ­ຂັນ 2 ຄູ່ ຄູ່​ທຳ​ອິດ​ເປັນ​ການ​ພົບ​ກັນ​ລະ­ຫວ່າງ ເພື່ອນ​ພັດ­ທະ­ນາ​ພົບ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ຄູ່​ນີ້​ຜົນ​ປະ­ກົດ​ວ່າ ໂຍ­ທາ​ເປັນ​ຝ່າຍ​ໄລ່​ເອົາ​ຊະ­ນະ​ໄປ​ໄດ້​ຕາມ​ຄາດ 11-0ສົ່ງ​ຜົນ​ໃຫ້​ໂຍ­ທາ​ມີ​ຄະ­ແນນ​ເພີ່ມ​ເປັນ 12ຄະ­ແນນ ຫຍັບ​ຂຶ້ນ​ອັນ​ດັບ 2ຈາກ​ການ​ລົງ​ສະ­ໜາມ 6ນັດ ຊະ­ນະ 4ແລະ ເສຍ 2ສ່ວນ​ເພື່ອນ​ພັດ­ທະ­ນາ​ລົງ​ສະ­ໜາມ 6ນັດ ຊະ­ນະ 1ເສຍ 5ມີ​ພຽງ 3ຄະ­ແນນ​ເທົ່າ​ນັ້ນ.
ຂະ­ນະ​ທີ່​ຜົນ​ອີກ​ຄູ່ ປກສ ເປັນ​ຝ່າຍ​ບຽດ​ເອົາ​ຊະ­ນະ​ການ­ບິນ​ລາວ​ໄປ​ໄດ້ 3-1ສົ່ງ​ຜົນ​ໃຫ້ ປກສ ມີ 15ຄະ­ແນນ ຈາກ​ການ​ລົງ​ສະ­ໜາມ 6ນັດ ຊະ­ນະ 5ເສຍ 1ຍັງ​ຄົງ​ຄອງ​ຕຳ­ແໜ່ງ​ທີມ​ນຳ​ໃນ​ຕາ­ຕະ­ລາງ​ຕໍ່​ໄປ ສ່ວນ​ການ­ບິນ​ລາວ​ລົງ​ສະ­ໜາມ​ໄປ​ແລ້ວ 5ນັດ ຊະ­ນະ 2ເສຍ 3ມີ 6ຄະ­ແນນ.
ສຳ­ລັບ​ຕາ­ຕະ­ລາງ​ແຂ່ງ­ຂັນ​ນັດ​ຕໍ່​ໄປ ທີ່​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ ຫຼັກ 16 ມີ​ດັ່ງ­ນີ້
ວັນ​ທີ 24ມີ­ນາ 2012
- ປກສ ພົບ ອິດ​ສະ​ເຕິນ​ສະ​ຕາ ເວ­ລາ 15:00 ໂມງ.
- ກອງ­ທັບ ພົບ ເພື່ອນ​ພັດ­ທະ­ນາ ເວ­ລາ 16:00 ໂມງ.
- ລາວ​ລ້ານ​ຊ້າງ ພົບ ນະ­ຄອນ­ຫຼວງ ເວ­ລາ 17:15 ໂມງ.
ວັນ​ທີ 25ມີ­ນາ 2012
- ການ­ບິນ​ລາວ ພົບ ລາວ-ອາ­ເມ­ລິ­ກາ ເວ­ລາ 16:00 ໂມງ.
- ໂຍ­ທາ​ທິ​ການ ພົບ ເອັສຣາ ເວ­ລາ 17:00 ໂມງ.



ไม่มีความคิดเห็น:

แสดงความคิดเห็น